Phasa Lao

Publié le par nalsis

Ruines du temple Wat Phou, un haut lieu Bouddhique

 
ຂ່າວທາງການເມືອງ www.champalao.info  vous informe nalsis@champalao.info                                           
 
Photo : ministre2007-063.jpg  

 ຫຼັງຈາກກອງປະຊູມອົງການອານາໄມໂລກ ທີ່ກູງເຊີແນວ ທ່ານ ສາດສະດາຈານ ດຣ ປອນເມກ ດາລາລອຍ ລັດຖະ ມູນຕີ ກະຊວງສາທາລະນະສຸກ ສປປ ລາວ ໄດ້ແວະໄປຢ້ຽມຢາມພີ່ນ້ອງຊາວລາວ ທີ່ເມືອງ ມົງແປນລີເຢ ປະເທດ ຝຼັ່ງເສດ ພາຍໄຕ້ການເຊື້ອເຊີນຂອງສະມາຄົມແພດລາວທີ່ເມືອງຝຼັ່ງ.ໃນການຜ່ານໄປ ມົງແປນລີເຢ ຄັ້ງນີ້ ນ້ອງຊາວ ລາວແລະຝຼັ່ງ ໄດ້ຖືເອົາໂອກາດສຳຄັນນີ້ ຖາມເຖີງຂ່າວ ຄາວຂອງບ້ານເມືອງເຮົາ.

ທ່ານ ລັດຖະມູນຕີ ພ້ອມດ້ວຽທ່ານເອກອັກຄະລາຊະທູດ ເພີ່ນກໍໄດ້ອອກ ແຮງສຸດຂີດເພື່ອອະທີບາຍສະພາບການ ບ້ານ ເມືອງ ຄວາມສະງົບ ເສດຖະກີດສັງຄົມ ທ່າເລ່ງໃນໂຄງ ການພັດທະນາ.ເນັ້ນລົງເລິກແທ້ແມ່ນ ກ່ຽວກັບເລື່ອງນະ ໂຍບາຽປ້ອງກັນແລະປີ່ນປົວປະຊາຊົນລາວ ຍ້ອນວ່າ ປະເທດລາວກໍມີຜູ່ເສັຽຊີວີດຍ້ອນພະຍາດໄຂ້ຫຼັວດສັດປີກ ແລະກໍ ຍ້ອນຄວາມເປັນຫ່ວງເປັນໄຍ ທັງລາວແລະຝຼັ່ງ ຕັ້ງຄຳຖາມແລະໄຫ້ຄວາມສົນໄຈ.

ເຂັ້າຮ່ວມຟັງໄນເທື່ອນີ້ ຝ່າຍຝຼັ່ງມີ ທ່ານ ຜູ່ຮອງຫົວໝ້າສະຖາບັນກົດໝາຍ ມົງແປນລີເປ ທ່ານ ວາຣີເປ ທ່ານ ບັນທາຊາ ນັກຄົ້ນຄວ້າ ທາງກົດໝາຍອະນາໄມ ຂອງສະຖາບັນກົດໝາຍ. ຝ່າຍແພດ ມີທ່ານ ສາດສະດາຈານ ດຣ ມາກຕີແນຊ ນັກຜ່າຕັດທາງເສັ້ນປະສາດຜູ່ມີຊື່ສຽງຂອງເມືອງຝຼັ່ງ.ຫຼັງຈາກໂອ້ລົມ ກັບທ່ານ ລັດຖະມູນຕີແລ້ວ ທ່ານ ຍັງໄດ້ ແຈ້ງໄຫ້ ຮູ້ວ້າ ທ່ານຈະໄປເມືອງລາວໄນສອງສາມວັນນີ້ ເພຶ່ອການຊ່ວເຫຼືອທາງການແພດ.

 ສປປ ລາວ ຈະກາຍເປັນ ແຫຼ່ງການຄ້າ ແລະ ການລົງທຶນ ຂອງ ສາທາຣະນະຣັດປະຊາຊົນຈິນ:

(ວິເຄາະໂດຍ:ຈຳປາທອງ) ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຈະກາຍເປັນ ແຫຼ່ງການຄ້າ ແລະ ການລົງທຶນ ຂອງ ສາທາຣະນະຣັດ ປະຊາຊົນຈິນ ຫຼາຍກ່ວາ ປະເທດເພື່ອນບ້ານ ອື່ນໆ ໄດ້ພຽງໃດ.

ປັດຈຸບັນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ກາຍເປັນ ປະເທດນຶ່ງ ທີ່ພັກຄອມ ມິວນິສຈີນ ເອົາໃຈໃສ ່ໃຫ້ການຊ່ວຍເຫຼືອ ຮອບດ້ານ ແລະ ການລົງທຶນ ໃນຂແນງ ການຕ່າງໆ. ດັ່ງຈະເຫັນໄດ້ ຈາກລະດັບ ການຂຍາຍຕົວ ຂອງການຊ່ວຍເຫຼືອ, ການຄ້າ ແລະ ການລົງທຶນ ຂອງຈີນ ຕໍ່ສປປ.ລາວ ທີ່ເພີ້ມຂຶ້ນ ຢູ່ຕລອດ ໃນໄລຍະ 15 ປີມານີ້.

ນັ້ນເປັນປັດຈັຍສຳຄັນ ທີ່ຄ່ອຍໆ ສັນຍານເຖິງ ການດຶງດູດ ເອົາພັກປະຊາຊົນ ປະຕິວັດລາວ ຜູ້ຜູກຂາດ ອຳນາດ ແລະຣັດ ສປປ.ລາວ ເຂົ້າຢູ່ພາຍໃຕ້ ອິດທິພົນ ຂອງພັກ ຄອມມິວນິສຈີນ ຫຼາຍຂຶ້ນນັບມື້ ພາຍຫຼັງ ທີ່ພັກຄອມມິວນິສ ວຽດນາມຊຸກເຂົ້າ ປະເຊີນໜ້າ ຢ່າງເປີດແປນທາງ ດ້ານ ການເມືອງ-ແນວຄິດ ກັບ ພັກຄອມມິວນິສຈີນ ໃນທ້າຍຊຸມປີ 1970 ແລະຕົ້ນຊຸມປີ 1980.

ອາດມີຫຼາຍໆ ຄົນເຂົ້າໃຈວ່າ ສະພາບການ ພົວພັນລາວ-ຈີນ ປ່ຽນປີ້ນ ແບບໜ້າມື ເປັນຫຼັງມື ຄື ໃນສູ່ມື້ນີ້ ບັນຫາສຳຄັນ ກໍຍ້ອນວ່າ ພັກປະຊາຊົນ ປະຕິວັດລາວ ຂາດບ່ອນອີງ ພໍເປັນທີ່ເພີ່ງ ອັນສຳຄັນ ພາຍຫຼັງ ສະຫະພາບ ໂຊວຽດ ແລະຄ້າຍສັງຄົມນິຍົມ ພັງທະລາຍ ດັ່ງນັ້ນ ຈຶ່ງຈຳຕ້ອງໄດ ້ຂໍ ຄວາມເຫັນໃຈ ແລະ ຄືນດີກັບຈີນ ທັ້ງໆ ທີ່ຕົນເອງ ກໍຍັງມີທັດສະນະ ພື້ນຖານຢູ່ວ່າ ຈີນ ປະຕິບັດ ນະໂຍບາຍ ຂຍາຍ ອານາເຂດ ແຜ່ອຳນາດ ຊາດໃຫຍ່ຢູ່ຂົງເຂດ ຕາເວັນອອກສ່ຽງໃຕ້.

 ອະເມລິກາ ເວົ້າວ່າກຽມພ້ອມ ສ ຳລັບຊິເຈລະຈາກັບ ອິຣານໃນເລຶ່ອງບັນຫາ ອິຣັກ :ຮອງປະທາ ນາທິບ໋ດີອະເມລິກາ ດິກເຊເນໄດ້ປຶກສາຫາລຶກັບ ຮອສນີມູບາຣັກ ປະທານາທິບ໋ດີ ປະເທດເອຊິບ ຢູ່ກຸງໄຄໂຣ ໃນວັນທີ 13 ແມ 2007 ເພຶ່ອຂ໋ໄຫ້ສະໜັບສະໝູນເພີ່ນ ກ່ຽວກັບບັນຫາ ອິຣັກ ພ້ອມຍັງເວົ້າເຖິງບົດບາດຂອງ ອີຣານ ໃນຕາເວັນອອກກາງ ໃນຄະນະການເດີນທາງ ມາຕາວັນອອກ ກາງ ຂອງເພີ່ນໃນຄັ້ງນີ້.

ຫຼັງຈາກການພົບປະສົນທະນານີ້ແລ້ວ ໂຄສົກຂອງເພີ່ນ ນາງ ເລັຍອານເມກບຣາຍ ໄດ້ແຈ້ງໄຫ້ ຮູ້ວ່າ ຄວາມປາຖໝາ ຂອງອະເມລິກາເພີ່ນ ແມ່ນເວົ້າເຖິງ ຈຳກັດຢູ່ບັນຫາອິຣັກໂດຽສະເພາະ ຢູ່ໄນຂັ້ນ ເອກອັກຄະລາຊະທູດ ກັບ ອິຣານ.ບ໋່ພ໋ 2-3 ຊົ່ວໂມງຕ໋່ມາ ທາງໂຄສົກປະຈຳ ທຳນຽບຂາວ ກອກດອນ ຈອນໂທຣໄດ້ເນັ້ນເຖິງ ການທີ່ຈະປືກສາຫາລຶ ກ່ຽວກັບ ຄວາມປອດໄພຂອງອິຣັກ ຈະມີຂື້ນໃນບ໋່ເທົ່າໄດ ອາທິດ ແລະຈະແມ່ນ ຣາຍານໂຄຣເກີ ເອກອັກຄະລາຊະທູດ ປະຈຳ ບັກດາດ ເປັນຫົວໝ້າຄະນະ ຝ່າຽອະເມລິກາ ເຈລະຈາ ກັບອີຣານ.

ການປຶກສາຫາລືນີ້ ຈະບ໋່ເວົ້າເຖິງບັນຫາຂັດແຢ່ງລະຫວ່າງ ອະເມລິກາກັບ ອິຣານ ແຕ່ຈະເວົ້າ ແຕ່ ບັນຫາອິຣັກ ໂດຽສະເພາະຊິແມ່ນກ່ຽວກັບບົດບາດ ແລະນະໂຍບາຽຂອງອີຣານ ແນໄສ່ໄນ ທາງສ້າງສັນ ຢູ່ອິຣັກ.

ທາງການ ອະເມລິກາ ໄດ້ເລີ້ມຮຽກຮ້ອງການປຶກສາຫາລື ກ່ຽວກັບເລື່ອງນີ້ມາແຕ່ປີກາຽພູ້ນ ແຕ່ວ່າ ອີຣານ ເຄິຽໄດ້ເວົ້າວ່າ ການຖອນທະຫານຂອງ ອະເມລິກາ ອອກຈາກ ອິຣັກ ເປັນເງື່ອນ ໄຂໂຕທຳອິດ ໃນການສ້າງຄວາມໝັ້ນຄົງຂອງອິຣັກ

 ອົພະຍົບ “ລາວຫລົງ”  ເຫດການ ທາງປວັດສາດ ເມື່ອ 200 ປີກ່ອນ ເຮັດໃຫ້ ບັນພະບຸຣຸດຂອງ ເຂົາ ເຈົ້າ ຖືກກວາດຕ້ອນ ຈາກເຮືອນຊານ, ຈາກບ້ານເກີດ ເມືອງນອນ, ຈາກ ວຽງຈັນ ໄປຢູ່ໃນດິນແດນ ພະມ້າ…ຈາກນັ້ນ ກໍໄດ້ຫລົບໜີສົງຄາມ ໃນ ພະ ມ້າ ມາຢູ່ ແຂວງ ການຈະນະບູຣີ ຂອງໄທ…
ເຂື່ອນໄຟຟ້ານ້ຳເທີນ 2 ບໍ່ໄດ້ຮັບຜົນສະທ້ອນ ຈາກແຜ່ນດິນໄຫວ ທີ່ເກີດຂຶ້ນ 2007.05.25 ເຂື່ອນໄຟຟ້າ ນ້ຳເທີນ 2 ບໍ່ໄດ້ຮັບຜົນສະທ້ອນ ຈາກແຜ່ນດິນໄຫວ ທີ່ເກີດຂຶ້ນ ໃນມື້ວັນພຸດຜ່ານມາ
ມູນຄ່າສະເລັ່ຍ ການຜລິດ ຂອງແຕ່ລະບຸກຄົນ ຊາວລາວຜູ້ນຶ່ງ ຈະຜລິດໄດ້ເຖິງ 665 ດອນລ່າສະຫະຣັຖ ຕໍ່ປີ 2007.05.25 ຜົນຜລິດລວມຍອດຫລື GDP ຂອງ ສປປລາວ ຈະເພີ້ມຂື້ນເຖິງ 7.6 ສ່ວນຮ້ອຍໃນ ສົກງົບປະ ມານປີນີ້ ແລະມູນຄ່າ ສະເລັ່ຍການຜລິດຂອງແຕ່ລະບຸກຄົນ ຊາວລາວຜູ້ນຶ່ງ ຈະຜລິດໄດ້ເຖິງ 665 ດອນລ່າສະຫະຣັຖຕໍ່ປີ. ນັ້ນແມ່ນຣາຍງານ ຂອງຄະນະກັມມະ ການແຜນການແລະການລົງທຶນ ຂອງລາວ.
ອົງການທີ່ບໍ່ຂື້ນກັບຣັຖບານ ອີກອົງການນຶ່ງ ຕຳນິຕິຕຽນຍີ່ປຸ່ນ ທີ່ຊື້ສຽງສນັບ ສນູນຈາກ ສປປລາວ ເພື່ອຈະໄດ້ຮັບໄຊຊະນະ ໃນການລົງຄະແນນສຽງ ກ່ຽວກັບການລ່າປາແວນໃນສັບປະດາ ໜ້າ. 2007.05.25: ອົງການທີ່ບໍ່ຂື້ນຣັຖບານແຫ່ງນີ້ ມີຊື່ເປັນພາສາອັງກິດວ່າ Whale and Dolphin Conservation Society ຖ້າຈະແປເປັນພາສາລາວ ກໍແມ່ນ ອົງການເພື່ອປົກປັກ ຮັກສາປາແວນແລະ ປາສລາມ ຊຶ່ງເປັນປາໜັງ ທີ່ລ້ຽງ ລູກດ້ວຍນົມໃນທະເລ ແລະປັດ ຈຸບັນກຳລັງມີຈຳນວນ ໜ້ອຍ ລົງຢູ່ໃນທົ່ວໂລກ.
ສປປລາວ ແລະໄທ ຈະມີການຄ້າ ຣະຫວ່າງກັນເພີ້ມຂື້ນ ຫລາຍໃນອານາຄົດ ອັນໃກ້ໆ ນີ້. 2007.05.24 ເມື່ອບໍ່ດົນຜ່ານມາ ເຈົ້າແຂວງແຂວງບໍ່ແກ້ວແລະແຂວງຫລວງນ້ຳທາ ໄດ້ປະຊົມຮ່ວມ ກັບຣັຖ ມົນຕຣີກະ ຊວງ ການ ຄ້າຂອງໄທ.ກອງປະຊຸມໄດ້ຮັບຟັງຣາຍງານ ວ່າ ເມື່ອປີ ກາຍ ມູນຄ່າ ການຄ້າຣະຫວ່າງສອງ ປະເທດ ໄດ້ເພີ້ມຂື້ນເປັນ 1,500 ລ້ານດອນລ່າ ສະຫະຣັຖ. ສປປລາວ ສົ່ງສິນຄ້າໄປໄທເພີ້ມ ຂື້ນເປັນ ເກືອບ 500 ລ້ານດອນລ່າ ເພີ້ມຂື້ນເຖິງ 119 ສ່ວນຮ້ອຍ. ເຈົ້າໜ້າທີ່ການຄ້າທັງສອງປະເທດຄາດວ່າ ມູນຄ້າ ການຄ້າຣະຫວ່າງລາວແລະໄທ ຈະເພີ້ມຂື້ນ ເປັນສອງເທົ່າພາຍໃນສາມສີ່ປີຂ້າງໜ້າ.

 

 

 

 

Médico-Physique   www.champalao.info vous informe nalsis@champalao.info                                                      
 
 
 ການປົວແຂ້ວແມງຄືນ ດ້ວຽວັດຖຸປະສົມນາໂນນ້ອຽ

ປາກົດວ່າຫຼັງຈາກການປົວແຂ້ວແມງແລ້ວ ປະກົດເກິດມີແຂ້ວແມງຄືນໄໝ່ອີກ 70 ເປິເຊັນ ຂອງ ຜູ່ປົວ ທັງໝົດ ຊຶ່ງເປັນ ເຫດໄຫ້ໄດ້ທຳການປີ່ນປົວຄືນໄໝ່ອີກ ອັນເຮັດໄຫ້ຜູ້ປ່ວຽແຂ້ວແມງເສັຽຄ່າໄຊ້ຈ່າຽປະມານ 5 ໂກດ ດອນລາຕ໋່ປີ ຢູ່ອະເມ ລິກາ.

ຈຸດອ່ອນອັນນີ້ ບາງທີຊິອາດແກ້ໄຂໄດ້ ໃນອານາຄົດອັນໄກ້ນີ້ ຍ້ອນຜົນງານການຄົ້ນຄວ້າ ຂອງຄະນະຄົ້ນຄວ້າ ອະເມ ລິກາ    American Dental Association's Paffenbarger Research Center (Gaithersburg, MD)  ທີ່ໄດ້ຄົ້ນພົບ ແລະໄດ້ເຮັດ point  ທາດປະສົມ matériau composite  ປະກົດຜົນອອກມາ ທີ່ທົນ ທານກົ່ວເກົ່າ ທີ່ປະກອບ ດ້ວຽທາດ ນາໂນອານຸພາກ   nanoparticules ທີ່ຈະເຮັດໄຫ້ຄວາມທົນທານ ມີປະສີດທິພາບສູງ ຂື້ນໃນ ການຕ໋່ຕ້ານ ບ໋່ໄຫ້ປະກົດ ມີແຂ້ວແມງເກີດຂື້ນໄໝ່ອີກ ດ້ວຽການລະລາຽຂອງທາດອອກມາ.


Radiographie panoramique permettant de voir l'ensemble de la denture
(aucune carie ici)

    ຜລິຕພັນທີ່ຜລິດມາດ້ວຽການເປົ່າໄຫ້ແຫ້ງ ຫຼື    "spray-drying"   ເຮັດໄຫ້ກາຽເປັນທາດປະສົມປະກອບດ້ວຽຢາງ ເປັນນ້ ຳແຫຼວ liquide ແລະຝູ່ນ poudre ມີສີປະສົມ ແລະນາໂນອານຸພາກ nanoparticules de phosphate dicalcique anhydre (DCPA ou monétite) ຂອງຟອສຟັດ  ທີ່ມີຂະນາດ  50 nm  ນາໂນແມດ ອັນທີ່ ຈະມີຄວາມນ້ອຽກົ່ວ ອານຸພາກຂອງທາດປະສົມ ທີ່ເຄີຽໄຊ້ມາເທົ່າປັດຈຸບັນ 20ເທື່ອ.ຜລິຕພັນປະສົມນີ້ ໄດ້ນຳເຂົ້າໄປ ອັດຮູແຂ້ວ ທີ່ເຈາະອອກບ່ອນແມງກິນນັ້ນ ແລ້ວຈະຍິງແສງ rayonnement ໄສ່ ອັນ ເຮັດໄຫ້ຢາງອັດແຂງ.ໄດ້ສັງເກດ ເຫັນເຖິງຜົນຮັບວ່າ       DCPA  ໄດ້ລະລາຍຈຸລັງ  ions calcium et phosphate ຂອງທາດ ການຊິອອມ ແລະ ຟອສຟັດ  ທີ່ຈະເຮັດໄຫ້ເຂດທີ່ຈະເກິດເຫດຈາກ ອາດຊິດ acide  ອັນທີ່ເກິດມາຈາກ ແມງແຂ້ວ ຊື່ງຈະ ເຮັດໄຫ້ຢຸດເຊົາ ການທີ່ຈະເປັນແມງມາໄໝ່ອີກໄດ້ຢ່າງພືງພ໋ໄຈ.

  Source: BE Etats-Unis numéro 77 (4/05/2007) - Ambassade de France aux Etats-Unis / ADIT
 

 ງົວໄດ້ຟັງເພັງ ໂມຊາ ຜລິດນ້ຳ ນົມໄດ້ຫຼາຽຢ່າງໄຫຽ່

ບໍລິສັດຜລີດ ນ້ຳ ນົມງົວຢູ່ປະເທດແອສປາຍ ຊື່ ປີເອໂກລາ ໄດ້ທົດລອງຢ່າງໄດ້ຜົນ ຄືວ່າວິທີເຮັດໃຫ້ງົວ ຜລີດນ້ຳ ນົມໄດ້  ຫຼາຽກົ່ວເກົ່າຜິດ ທຳມະກາ ຄຶນັກຄົ້ນຄວ້າຝ່າຽລ້ຽງສັດໄດ້ທົດລອງ ເອົາເພັງ ໂມຊາ»ໄຫ້ງົວຟັງມາແລ້ວຫຼາຽແຫ່ງ ກັບ ພັນ ງົວ ຕ່າງໆ.ທັງໝົດແມ່ນໄດ້ຮັບຜົນຜລີດນ້ຳ ນົມສູງ ດັ່ງນັ້ນ ບໍລິສັດຜລີດ ນ້ຳ ນົມງົວຢູ່ປະເທດແອສປາຍ ຊື່ ປີເອໂກລາ ຈຶ່ງໄດ້ນຳ ຕິດຕັ້ງເຄຶ່ອງເປິດ ເພັງໄສ່ຄອກ ງົວໄຫຽ່ຂອງບໍໍລິສັດ ແລ້ວເອົາ ເພັງ ໂມຊາ ເປິດໄຫ້ງົວຟັງ ຢ່າງເປັນ ທູ້ມເປັນ ໂມງ ປະຈຳ.ປະກົດວ່າ ງົວໄດ້ຟັງເພັງຈົນຢຸດຄ້ຽວເອື້ອງພູ້ນ ເພື່ອຟັງໄຫ້ຖະນັດ.ດັ່ງນັ້ນ ຂ້າພະເຈົ້າຢາກຂໍສະເນີ ໄຫ້ສະ ຖາບັນຄົ້ນຄວ້າກະຊວງກະສິກຳຂອງລາວລອງເອົາເພັງໂມຊາ ໄຫ້ງົວ ລາວ ຟັງ ເບິ່ງ ຄັນບໍ່ໄດ້ຜົນແມ່ນງົວລາວ ເຮົາ ບໍ່ເຂົ້າໄຈ ໂມຊາ ແລ້ວໄຫ້ປ່ຽນໄສ່ ເປັນເພັງ ຈຳປາເບ່ງບານ ບາງທິີອາດໄດ້ຜົນດີກົ່ວ ໂມຊາ ອິິກກະເປັນໄດ້ ເພາະ ເປັນ ພາສາລາວເອງ.

 

 

Publié dans berl

Pour être informé des derniers articles, inscrivez vous :
Commenter cet article